ກອງປະຊຸມສະເໜີການນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)​ ໃຫ້ແກ່ການນໍາຂັ້ນສູງຂອງແຂວງຈໍາປາສັກ

30/07/2025

ກອງປະຊຸມສະເໜີການນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)​ ໃຫ້ແກ່ການນໍາຂັ້ນສູງຂອງແຂວງຈໍາປາສັກ

ໃນຕອນບ່າຍຂອງວັນທີ 04​ ກໍລະກົດ​ 2025,​ ທ່ານ​ ປອ ທຽນໄຊ ສະຖາພອນ ຮອງ​ຫົວໜ້າ​ພະແນກ​ ຕສ​ ແຂວງ​ ພ້ອມດ້ວຍພະນັກງານວິຊາການຂະແໜງບໍລິຫານລັດດິຈິຕອນ ພະແນກເຕັກໂນໂລຊີ​ແລະ​ ​ການສື່ສານ​ ແຂວງຈໍາປາສັກ,​ ໄດ້ເຂົ້າຮ່ວມກອງປະຊຸມສະເໜີການນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)​ ຢູ່ທີ່ຫ້ອງປະຊຸມ 203 ຫ້ອງວ່າການແຂວງ​ຈໍາປາສັກ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ອາລຸນ​ໄຊ​ ສູນນະລາດ ກຳມະການສູນກາງພັກ,​ ເລຂາ​ພັກ ແຂວງ,​ ເຈົ້າແຂວງ​ຈໍາປາສັກ,​ ມີ​ຫົວໜ້າ​ຫ້ອງວ່າການແຂວງ​ ພ້ອມຄະນະ​ ແລະ​ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ.

ກອງປະຊຸມ ໄດ້ມີການນຳສະເໜີຂອງທ່ານ ປອ ທຽນໄຊ ສະຖາພອນ​ ຮອງ​ຫົວໜ້າ​ພະແນກ​ ຕສ​ ແຂວງ​ໄດ້ຂື້ນລາຍງານກ່ຽວກັບສະພາບລວມການຫັນເປັນດິຈິຕອນຂອງແຂວງຈໍາປາສັກ,​

- ຜົນການຈັດຕັ້ງປະຕິບັດ 5 ປີ ​(2021-2025)​.

- ທິດທາງ​ໃນການພັດທະນາ 5 ປີ ​(2026-2030).

- ມາດຕະຖາມທີຈໍາເປັນ.

- ທັດສະນະດ້ານວິຊາການ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນ ແລະ​ ທິດຊີ້ນໍາ ຂອງທ່ານເຈົ້າແຂວງ, ຫຼັງຈາກນັ້ນ​ວິຊາການ​ຈາກພະແນກ ຕສ​ ກໍໄດ້ມີການແນະນໍາວິທີການນໍາໃຊ້ລະບົບ (E-Office)​ ໃຫ້ທາງຄະນະຫ້ອງວ່າການແຂວງ ແລະ​ ພະນັກງານວິຊາການໃຫ້ເຂົ້າໃຈຕື່ມກ່ຽວກັບການນໍາໃຊ້ລະບົບ (E-Office) ພາຍໃນ​ຫ້ອງວ່າການແຂວງ​ແລະກອງປະຊຸມກໍໄດ້ປິດລົງ.

ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ.

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook