29/07/2025

ຕອນເຊົ້າຂອງວັນທີ 28 ພຶດສະພາ 2025, ເວລາ 08:30 ໂມງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ເປີດກອງປະຊຸມປຶກສາຫາລື, ແລກປ່ຽນການນໍາໃຊ້ລະບົບ ບໍລິຫານລັດດິຈິຕອນ (G-Chat, G-Share) ແລະ ການຕິດຕັ້ງ,ນໍາໃຊ້ລະບົບກອງປະຊຸມທາງໄກ, ໂດຍຜ່ານລະບົບກອງປະຊຸມທາງໄກ True Conf. ໂດຍການເປັນປະທານຂອງທ່ານ ປອ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີຫົວໜ້າຂະແໜງບໍລິຫານລັດດິຈິຕອນ, ຫົວໜ້າຂະແໜງໄປສະນີ ແລະ ການສື່ສານ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ, ຫ້ອງການ ຕສ ເມືອງ 07 ເມືອງ ແລະ ຜູ້ປະສານງານຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ກໍ່ເພື່ອປຶກສາຫາລື, ແລກປ່ຽນບົດຮຽນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມຕ້ອງການອື່ນໆໃນການນໍາໃຊ້ລະບົບບໍລິຫານລັດດີຈິຕອນ (G-Chat, G-Share) ແລະ ການຕິດຕັ້ງ, ນໍາໃຊ້ລະບົບກອງປະຊຸມທາງໄກ ເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕອນ ແລະ ວຽກງານຄຸ້ມຄອງອິນເຕີເນັດ ແຂວງຈໍາປາສັກ ຂອງຫ້ອງວ່າການແຂວງຈໍາປາສັກ ແລະ ຫ້ອງການ ຕສ ເມືອງ.
ໃນກອງປະຊຸມເຫັນໄດ້ວ່າບັນດາເມືອງໄດ້ຜັນປ່ຽນກັນສະເໜີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຂອງຕົນແຕ່ລະເມືອງ ແລະ ສະເໜີແລກປ່ຽນບາງບັນຫາທີ່ຫຍຸ້ງຍາກຕໍ່ທ່ານປະທານກອງປະຊຸມເພື່ອຫາວິທີທາງແກ້ໄຂຮ່ວມກັນໃນຕໍ່ໜ້າ ແລະ ກອງປະຊຸມກໍໄດ້ປິດລົງໃນວັນດຽວກັນ.
ພາບ-ຂ່າວ: ຂະແໜງບໍລິຫານລັດດິຈິຕອນ